ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງໝໍສູນກາງ 103 ກອງທັບ ຈັດກອງປະຊຸມວຽກງານຮອບດ້ານປະຈໍາໄຕມາດທີ III


ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດທະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ

     ໃນຕອນເຊົ້າຂອງວັນທີ 4 ຕຸລາ 2023, ໂຮງໝໍສູນກາງ 103 ກອງທັບ ເປັນເຈົ້າພາບຈັດກອງປະຊຸມວຽກງານຮອບດ້ານປະຈໍາໄຕມາດທີ III
ຂອງບັນດາກົມກອງເຂດ 8 ຂຶ້ນກັບກົມໃຫຍ່ເສນາທິການກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຮອງລັດ
ທະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ ຈາກ 12 ກົມກອງ ເຂົ້າຮ່ວມ.

     ໃນກອງປະຊຸມ, ບັນດາຄະນະພັກ-ຄະນະບັນຊາ ຂອງແຕ່ລະກົມກອງໄດ້ຜັດປ່ຽນກັນລາຍງານວຽກງານຮອບດ້ານອັນພົ້ນເດັ່ນຕໍ່ກອງປະຊຸມ
ຕາມພາລະໜ້າທີ່ວຽກງານວິຊາສະເພາະທີ່ຮັບຜິດຊອບ ໃນໄລຍະໄຕມາດຜ່ານມາຂອງຕົນ ເຊິ່ງໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານຕ່າງໆ ໃນ
ຫຼາຍດ້ານທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທິ່ກະຊວງປ້ອງກັນປະເທດວາງອອກ, ເປັນຕົ້ນແມ່ນເຫັນໄດ້ຄວາມສະຫງົບ, ຄວາມເຂັ້ມງວດ
ຕໍ່ກົດລະບຽບວິໄນຂອງກອງທັບ, ຄວາມເອົາໃຈໃສ່ສືກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ໃນກົມກອງຢ່າງເປັນປົກກະ
ຕິ, ສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດແຜນການວຽກງານເພື່ອກໍ່ສ້າງປັບປຸງກົມກອງ ແລະ ພັດທະນາປະເທດຊາດ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ເວົ້າ
ລວມ-ເວົ້າສະເພາະ ກໍ່ແມ່ນຂອງກອງທັບປະຊາຊົນລາວ ອັນສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະ ຄວາມຈູບຈ້າວຫ້າວຫັນຕໍ່ພາກິດປົກປັກຮັກ
ສາ, ສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເທື່ອລະກ້າວ, ພ້ອມນີ້, ຍັງໄດ້ສືບຕໍ່ ແລະ ກະກຽມບັນດາກອງປະຊຸມ-ວຽກ
ງານດ້ານຕ່າງໆ ໃຫ້ສໍາເລັດຜົນໃນຕໍ່ໜ້າ. ນອກນີ້, ຍັງເຫັນໄດ້ບາງບັນຫາ ແລະ ຂໍ້ຄົງຄ້າງ ທີ່ກົດໜ່ວງຖ່ວງດຶງຄວາມສະຫງົບໃນກົມກອງ ເຊັ່ນປະ
ກົດການຫຍໍ້ທໍ້ ເປັນຕົ້ນແມ່ນ: ລັກຊັບ, ສໍ້ໂກງ ແລະ ການຄ້າຢາເສບຕິດ ແລະ ອື່ນໆ ທີ່ກ່ຽວພັນກັບການປະຕິບັດໜ້າທີ່ວຽກງານວິຊາສະເພາະ
ຂອງແຕ່ລະກົມກອງ ພ້ອມທັງມີຂໍ້ຂາດຕົກບົກຜ່ອງບາງດ້ານ ທີ່ສົ່ງຜົນໃຫ້ການດໍາເນີນວຽກງານດ້ານຕ່າງໆ ມີຄວາມຫຍຸ້ງຍາກ, ລ່າຊ້າ ເນື່ອງຈາກ
ງົບປະມານ ແລະ ສິ່ງອໍານວຍຄວາມສະດວກ ລວມທັງພະນັກງານວິຊາສະເພາະບໍ່ພຽງຕໍ່ສະພາບການຕົວຈິງ.

     ໃນຕອນທ້າຍ, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ຍັງໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ຮັບຜົນສໍາເລັດທັງໝົດ ຂອງບັນດາ 12 ກົມກອງ
ທີ່ໄດ້ລາຍງານຕໍ່ກອງປະຊຸມ. ພ້ອມທັງ, ປະກອບຄວາມຄິດເຫັນຕໍ່ການສ່ອງແສງວຽກງານຮອບດ້ານໃນຄັ້ງນີ້ ແລະ ໄດ້ເນັ້ນຢໍ້າ 5 ເນື້ອໃນສໍາຄັນຕໍ່
ບັນດາກົມກອງ ຄື: ກຽມພ້ອມສູ້ຮົບຮອບດ້ານ, ປັບປຸງກອງທັບໃຫ້ທັນສະໄໝ, ວຽກງານກໍາລັງພົນ, ຍົກສູງຄຸນນະພາບອົບຮົມຫັດແອບ, ຫັນ
ເຂົ້າສູ່ລະບຽບ ມີຄວາມຕັດສິນໃຈປະຕິບັດ 7 ລະບອບ 18 ວຽກ. ພ້ອມທັງຮຽກຮ້ອງໃຫ້ທຸກກົມກອງຈົ່ງກະກຽມຈັດພິທີສະເຫຼີມສະຫຼອງວັນ
ສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ ທີ່ຈະມາເຖິງນີ້ໃຫ້ເປັນຂະບວນຢ່າງຟົດຟື້ນ.

ແຫຼ່ງຂ່າວໂດຍ ໂຊກທະວີ ແກ້ວບຸດຕະລາດ
ວັນທີ 09/10/2023